ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບຸນກຸດຈີນເປັນບຸນທີ່ໂດ່ງດັງຂອງໂລກ

     ສຳນັກຂ່າວສານຊິນຮວາ ລາຍງານໃຫ້ຮູ້ໃນວັນທີ 10 ກຸມພາ 2024 ນີ້ວ່າ: ຫຼັງຈາກ ບຸນ ກຸດຈີນ ໄດ້ຮັບການກໍານົດເປັນ ວັນພັກຂອງອົງ
ການສະຫະປະຊາຊາດແລ້ວ, ຢູ່ແຫ່ງຕ່າງໆຂອງໂລກໄດ້ມີບັນຍາກາດສະຫຼອງບຸນກຸດຈີນຢ່າງຟົດຟື້ນ. ບຸນກຸດຈີນ ຫຼື ບຸນປີໃໝ່ຂອງຈີນ ຖືເປັນ
ບຸນປີໃໝ່ທີ່ໂດ່ງດັງຂອງໂລກ. ບຸນກຸດຈີນປີມະໂລງປີນີ້ ໄດ້ອຳນວຍແຮງຂັບເຄື່ອນ ແລະ ໂອກາດອັນໃໝ່ ໃຫ້ແກ່ປະຊາຊົນທົ່ວໂລກໃນການເຂົ້າ
ໃຈປະເທດຈີນ ກໍຄືວັດທະນະທຳຈີນ. ບຸນກຸດຈີນເປັນບຸນປະເພນີ ເກົ່າແກ່ທີ່ສຸດ ແລະ ສຳຄັນທີ່ສຸດຂອງຈີນ. ບຸນກຸດຈີນ ໄດ້ຖືກຈັດໃຫ້ເປັນ
ວັນພັກຂອງອົງການສະຫະປະຊາຊາດ, ສະແດງໃຫ້ເຫັນວ່າ ຈີນ ແລະ ວັດທະນະທໍາຈີນ ໄດ້ຮັບຄວາມນິຍົມຊົມຊອບຫຼາຍຂຶ້ນຕື່ມອີກ.

     ທ່ານ ເດັນນິສ ຟຣານຊິສ ປະທານສະມັດຊາ ໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 78 ເຫັນວ່າ, ນີ້ແມ່ນ ສັນຍະລັກທີ່ສ່ອງແສງໃຫ້
ເຫັນ ເຖິງບົດບາດສຳຄັນຂອງຈີນ ໃນລະບົບອົງການສະຫະປະຊາຊາດ ແລະ ລັດທິຫຼາຍຝ່າຍ ແລະ ກໍສະແດງໃຫ້ເຫັນວ່າປະຊາຊົນຈີນ ຍິນດີ
ແບ່ງປັນວັດທະນະທຳຂອງຕົນກັບທົ່ວໂລກ. ໂດຍຜ່ານການສຳຜັດກັບກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງບຸນກຸດຈີນ, ປະຊາຊົນທົ່ວໂລກໄດ້
ຮັບຮູ້ ແລະ ເຂົ້າໃຈປະເທດຈີນຕື່ມອີກ, ເຊິ່ງວັດທະນະທຳຈີນ ມີລັກສະນະເປີດກວ້າງ ແລະ ກວມລວມ, ມີລັກສະນະປະດິດສ້າງໃໝ່.

     ປະເທດຈີນ ໄດ້ ເປີດປະຕູສູ່ພາຍນອກ ແລະ ມີຄວາມໂອບເອື້ອອາລີ ຊຸກຍູ້ຄວາມ ທັນສະໄໝແບບຈີນຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນ
ແລະ ສ້າງໂອກາດໃຫ້ແກ່ຄວາມໝັ້ນຄົງຮ່ວມກັນ ແລະ ການພັດທະນາພ້ອມກັນຂອງບັນດາປະເທດຕ່າງໆ ໃນທົ່ວໂລກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/02/2024